ໃນວັນສຸກທີ 16 ກຸມພາ 2024 ທີ່ຜ່ານມານີ້, ທາງບໍລິສັດອາລິອັນສ໌ ປະກັນໄພລາວ ຈໍາກັດ ໄດ້ມີການຈັດງານຕົວແທນຮັບຟັງຜົນໄດ້ຮັບປີ 2023 ພ້ອມຮ່ວມຊົມເຊີຍສະຫລອງລາງວັນຂໍ້ແຂ່ງຂັນທີ່ປະຕິບັດໄດ້. ເຊິ່ງໃນງານນີ້ ຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທ່ານ ກີ້ ອາໂປວີ້ ແລະ ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທ່ານນາງ ປອ. ແສງອາລຸນ ອິນມີໄຊ ກໍໄດ້ໃຫ້ກຽດເຂົ້າຮ່ວມງາານ ແລະ ຍ້ອງຍໍຊົມເຊີຍບັນດາຕົວແທນທີ່ປະຕິບັດທຳຕົວເລກການຂາຍໄດ້ຢ່າງໜ້າປະທັບໃຈ, ເຊິ່ງການປະກາດຜົນດັ່ງກ່າວແມ່ນໄດ້ກຽດດຳເນີນໂດຍ ຫົວໜ້າພະແນກການຄ້າ ແລະ ການຕະຫລາດ ທ່ານ ໄພຍະເອກ ທຳມະນາມ. ຫລັງຈາກຈົບການປະກາດຜົນປະຈຳປີ 2023 ກໍໄດ້ມີການສັງສັນ ແລະ ໂອ້ລົມໃນບັນຄະນະບໍລິຫານ ອາລິອັນສ໌ ແລະ ບັນດາຜູ້ນໍາຕົວແທນເພື່ອແລກປ່ຽນບົດຮຽນ ເພື່ອຍົກລະດັບມາດຕະຖານຄວາມເປັນເລີດໃນຕະຫລາດປະກັນໄພ ແລະ ບັນລຸເປົ້າໝາຍໃໝ່ຮ່ວມກັນໃນປີ 2024 ນີ້
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-0-par/image.img.82.3360.jpeg/1708594350341/dsc00245.jpeg)
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-0-par/image_1597276633.img.82.3360.jpeg/1708594630627/dsc00203.jpeg)
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-0-par/image_1340036862.img.82.3360.jpeg/1708594696252/dsc00164.jpeg)
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-1-par/image.img.82.3360.jpeg/1708594550252/dsc00144.jpeg)
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-1-par/image_347744687.img.82.3360.jpeg/1708594652511/dsc00239.jpeg)
![1](/lo_LA/press-room/result---incentive-agents-announcement-year-2023/_jcr_content/root/parsys/wrapper/wrapper/multi_column_grid/grid-1-par/image_1283143979.img.82.3360.jpeg/1708594719560/dsc00196.jpeg)