ຍັງຄົງສືບຕໍ່ຢ່າງຕໍ່ເນື່ອງສຳລັບໂຄງການດີດີ ໂຄງການປູກຕົ້ນໄມ້ One e = One tree ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance

ຍັງຄົງສືບຕໍ່ຢ່າງຕໍ່ເນື່ອງສຳລັບໂຄງການດີດີ ໂຄງການປູກຕົ້ນໄມ້ One e = One tree ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance ເພື່ອໃຫ້ລູກຄ້າສະໝັກສັນຍາແບບເອເລັກໂທຣນິກ.

ແລະໃນວັນທີ 26/05/2023 ທີ່ຜ່ານມານີ້, ພວກເຮົາ ອາລິອັນສ໌ ປະກັນໄພລາວ ໄດ້ຮວບຮວມຈຳນວນຕົ້ນໄມ້ຈາກທີ່ລູກຄ້າສະໝັກສັນຍາແບບເອເລັກໂທຣນິກ ເຊິ່ງໄດ້ນຳຕົ້ນໄມ້ໄປປູກທີ່ໂຮງຮຽນປະຖົມສົມບູນ ບ້ານຊໍ້, ເມືອງສັງທອງ, ນະຄອນຫລວງວຽງຈັນ

ໂຄງການນີ້ຊ່ວຍໃຫ້ເຮົາໄດ້ປູກຕົ້ນໄມ້ເພີ່ມຂື້ນ ແລະ ເພື່ອກະຕຸ້ນໃຫ້ລູກຄ້າຫັນມານຳໃຊ້ລະບົບດິຈິຕອລຫລາຍຂຶ້ນ ແລະ ຫລຸດຜ່ອນການນຳໃຊ້ເຈ້ຍ.

ທ່ານເອງກໍສາມາດເປັນສ່ວນໜຶ່ງໃນການຊ່ວຍໃຫ້ໂລກນີ້ຢັ້ງຍືນ ດ້ວຍການປ່ຽນກິດຈະວັດປະຈຳວັນ ເລັກໆນ້ອຍໆຂອງທ່ານ ແລະ ຫັນມາສະໝັກສັນຍາແບບເອເລັກໂທຣນິກ ເພື່ອຊ່ວຍສົ່ງຜົນດີ ຕໍ່ສະພາບແວດລ້ອມໃນປັດຈຸບັນ ແລະ ໃນອານາຄົດຂ້າງໜ້ານຳອີກດ້ວຍ!

1
3
5
2
4
6