1

ສຸກສັນວັນເດັກນ້ອຍສາກົນຈາກ ອາລິອັນສ໌ ປະກັນໄພລາວ

🎉ສຸກສັນວັນເດັກນ້ອຍສາກົນຈາກ ອາລິອັນສ໌ ປະກັນໄພລາວ 🎉 

ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ໃນວັນສຸກທີ່ 07/06/2024 ທີ່ຜ່ານມານີ້, ພວກເຮົາຈັດກິດຈະກຳພິເສດຍ້ອນຫລັງໃຫ້ກັບລູກຫຼານຂອງພະນັກງານອາລິອັນສ໌ທຸກຄົນ ບໍ່ວ່າຈະເປັນການສະແດງຄວາມສາມາດພິເສດຈາກນ້ອງໆທີ່ເຂົ້າມາຮ່ວມງານທັງຟ້ອນ, ເຕັ້ນ, ຮ້ອງເພງ ແລະ ເດີນແບບ. ນອກນັ້ນຍັງມີການແຈກຂອງລາງວັນທີ່ໜ້າຮັກຜ່ານການຈົກສະຫລາກ ແລະ ແຈກຂະໜົມໃຫ້ເດັກໆທີ່ມາຮ່ວມງານໃນຄັ້ງນີ້ຮອບກັບບ້ານກັນໄປຢ່າງລົ້ນມື. 🌟💙

1
1
1
1
1
1