ກິດຈະກຳມອບຕົ້ນໄມ້ໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ໄດ້ຮວບຮວມຕົ້ນໄມ້ຈາກໂຄງການ One e = One tree ເປັນຄັ້ງທີ່ສາມ ເພື່ອສືບຕໍ່ໂຄງການສ້າງພື້ນທີ່ສີຂຽວໃຫ້ແກ່ປະເທດລາວເຮົາ ແລະ ຫລຸດຜ່ອນການຕັດທຳລາຍຕົ້ນໄມ້ເພື່ອນຳມາໃຊ້ເປັນເຈ້ຍ. ເຊິ່ງການເຮັດກິດຈະກຳໃນຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 02/06/2023 ທີ່ຫໍດອນພະທາດແຂ້ວ, ບ້ານທ່າແຂກ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ. ນອກຈາກນັ້ນຍັງມີພາກສ່ວນທີ່ເຂົ້າຮ່ວມຈາກກົມສຶກສາ ແລະ ກິລາເມືອງຫາດຊາຍຟອງ ແລະ ພາກສ່ວນທີມງານຕັດຜົມຟຣີໃນຄັ້ງນີ້ດ້ວຍ.
1
1
1
1