ອາລິອັນສ໌ ປະກັນໄພລາວ ໄດ້ຈັດງານບໍລິຈາກເລືອດ

ແດ່ຜູ້ບໍລິຈາກເລືອດ ພວກທ່ານຄື ຮີໂລ້!

ການບໍລິຈາກເລືອດແມ່ນໂອກາດໃນການປະກອບສ່ວນຊ່ວຍໃຫ້ຜູ້ຄົນມີສຸຂະພາບທີ່ດີ ແລະ ແຂງແຮງ. ການບໍລິຈາກເລືອດຖືໄດ້ວ່າເປັນການຊ່ວຍຊີວິດຄົນ ຫລື ເປັນການຊ່ວຍໃຫ້ເຂົາເຫລົ່ານັ້ນມີສຸຂະພາບທີ່ແຂງແຮງຂຶ້ນ, ການບໍລິຈາກເລືອດແມ່ນເປັນຂອງຂວັນທີ່ລ້ຳຄ່າທີ່ສຸດທີ່ຄົນເຮົາຈະສາມາດຊ່ວຍເຫລືອເຮັດໃຫ້ກັນໄດ້. ສະນັ້ນ ທີ່ອາລິອັນສ໌ ປະກັນໄພລາວ ຂອງພວກເຮົາຈິ່ງໄດ້ໃສ່ໃຈໃນການບໍລິຈາກເລືອດ ເພື່ອຊ່ວຍເຫລືອຜູ້ຄົນ ເພື່ອໃຫ້ໝັ້ນໃຈວ່າເລືອດນັ້ນມີຈຳນວນທີ່ພຽງພໍກັບຄວາມຕ້ອງການ ເຊິ່ງມັນກໍເປັນພຽງຂັ້ນຕອນທີ່ແສນງ່າຍດາຍທີ່ທ່ານຈະສາມາດຊ່ວຍເຫລືອເພື່ອນມະນຸດນຳກັນໄດ້ ແລະ ທ່ານເອງກໍສາມາດເປັນຮີໂລ້ໄດ້ເຊັ່ນດຽວກັນ.

1
3
5
2
4
6