1

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງສືບຕໍ່ໂຄງການ Sustainability 

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງສືບຕໍ່ໂຄງການ Sustainability ເຊີ່ງປີນີ້ກໍ່ໄດ້ມີໂອກາດທີ່ດີ ໄດ້ຮ່ວມມືຮ່ວມກັບສູນຄົ້ນຄ້ວາປ່າໄມ້ ເພື່ອຂັບເຄື່ອນເປົ້າໝາຍເພີ່ມພື້ນທີ່ສີຂຽວ ສ້າງສົມດຸນສິ່ງແວດລ້ອມ ລົດການປ່ອຍກາສເຮືອນກະຈົກ ແລະ ມຸ້ງ  ໝັ້ນສ້າງຄວາມໝັ້ນຄົງຜ່ານແນວຄິດ sustainability ຫລື ສ້າງຄວາມຍືນຍົງ, ຈິ່ງໄດ້ເກີດກິດຈະກໍານີ້ຂຶ້ນມາເຊິ່ງສາມາດຂະຫຍາຍຜົນສໍາເລັດບໍ່ພຽງແຕ່ລູກຄ້າ ແລະ ທຸກທ່ານເທົ່ານັ້ນ ພາຍໃນອົງກອນເອງກໍສາມາດມີສວ່ນຮ່ວມໃນກິດຈະກຳເພື່ອການພັດທະນາແບບຢັ້ງຢືນ ໂດຍສະໜັບສະໜູນໃຫ້ພະນັກງານຮ່ວມກັນປູກຕົ້ນໄມ້ນຳ.

ແລະ ໃນວັນທີ 03/07/2024 ທີ່ຜ່ານມານີ້, ພວກເຮົາໄດ້ເຮັດກິດຈະກຳປູກຕົ້ນໄມ້ນຳກັບສູນຄົ້ນຄວ້າປ່າໄມ້ - ສະຖາບັນກະສິກຳປ່າໄມ້ຊົນນະບົດ, ທີ່ເມືອງ ນາຊາຍທອງ, ແຂວງ ນະຄອນຫລວງວຽງຈັນເປັນຈຳນວນທັງໝົດ 1,000ຕົ້ນ ນຳພາໂດຍຕາງໜ້າຈາກທາງອາລິອັນສ໌ ປະກັນໄພລາວ ກໍຄື ຮອງອໍານວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານນາງ ປອ. ແສງອາລຸນ ອິນມີໄຊ ແລະ ຕາງໜ້າຈາກສູນຄົ້ນຄວ້າປ່າໄມ້ ກໍຄື ທ່ານ ບັນຊາ ທໍາມະວົງ ພ້ອມດ້ວຍຄະນະສູນຄົ້ນຄວ້າປ່າໄມ້ ແລະ ຄະນະບໍລິຫານ ອາລິອັນສ໌ປະກັນໄພລາວ ແລະ ພະນັກງານຈາກ ອາລິອັນສ໌ ປະກັນໄພລາວ.

 ພວກເຮົາຈົ່ງມາຊ່ວຍກັນຮັກສາສີ່ງແວດລ້ອມ ຫຼຸດຜ່ອນການຕັດໄມ້ທໍາລາຍປ່າເພື່ອນໍາມາຜະລິດເປັນເຈ້ຍ ແລະ ສີນຄ້າຕ່າງໆ ເພື່ອແກ້ໄຂບັນຫາສະພາວະໂລກຮ້ອນແບບຍືນຍົງ, ສຶບຕໍ່ບົວລະບັດຮັກສາ ແລະ ຮ່ວມສ້າງເປັນສ່ວນໜຶ່ງໃນການຊ່ວຍກັນປ້ອງກັນສະພາວະໂລກຮ້ອນ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຍືນຍົງ ແລະ ລົດການປ່ອຍກາສເຮືອນກະຈົກໄປນຳກັນ.

1
1
1
1
1
1
1
1