ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ຈັດງານສະເຫລີມສະຫລອງປີໃໝ່ລາວ 2023

ຫລັງຈາກພະຍາດໂຄວິດໄດ້ແພ່ລະບາດເປັນໄລຍະ3ປີ ເຮັດໃຫ້ບໍ່ສາມາດສະເຫລີມສະຫລອງປີໃໝ່ໄດ້, ແລະໃນປີນີ້ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ກໍໄດ້ຈັດງານສະເຫລີມສະຫລອງປີໃໝ່ຮ່ວມກັນໃນວັນທີ່ 06 ເມສາ 2023 ທີ່ຜ່ານມາ ໂດຍປີໃໝ່ນີ້ແມ່ນໄດ້ສະເຫລີມສະຫລອງເປັນປະຈຳທຸກປີໃນຊ່ວງເດືອນເມສາ ເຊິ່ງເປັນຊ່ວງໄລຍະດຽວກັນກັບການສະເຫລີມສະຫລອງປີໃໝ່ຂອງຫລາຍໆປະເທດໃນທະວີບອາຊີໃຕ້.

ໃນຊ່ວງເຊົ້າແມ່ນທາງບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ສະເຫລີມສະຫລອງແບບປະເພນີລາວໂດຍການເຮັດພິທີບາສີສູ່ຂວັນເຊິ່ງເປັນພິທີທີ່ສຳຄັນໃນຊ່ວງເທດສະການປີໃໝ່ຖືວ່າເປັນການນຳເອົາໂຊກລາບ ນຳເອົາສິ່ງທີ່ດີເຂົ້າມາໃນຊີວິດ ແລະ ໃນຊ່ວງບ່າຍແມ່ນໄດ້ມີການຫລິ້ນກິດຈະກຳສະເຫລີມສະຫລອງປີໃໝ່່ຮ່ວມກັນຢ່າງມ່ວນຊື່ນ.

ເທດສະການປີໃໝ່ຖືວ່າເປັນເທດສະການທີ່ທຸກຄົນລໍຄອຍເພາະເປັນເທດສະການທີ່ມອບຄວາມສຸກ ແລະ ທຸກຄົນໄດ້ມີໂອກາດຮ່ວມສະຫລອງປີໃໝ່ກັບຄອບຄົວ ຫລື ໝູ່ເພື່ອນ ລວມໄປເຖິງບາງຄົນກໍໄດ້ມີໂອກາດກັບເມືອບ້ານໄປຍ້ຽມຍາມຄົນທີ່ຮັກເພື່ອໃຊ້ເວລານຳກັນໃນຊ່ວງເທດສະການປີໃໝ່ນີ້ອີກດ້ວຍ.