1

ອາລິອັນສ໌ ປະກັນໄພລາວ ຮ່ວມສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69ປີ (20/07/1955-20/07/2024) 

ໃນວັນທີ່ 18-19/07/2024 ທີ່ຜ່ານມາ, ພະນັກງານອາລິອັນສ໌ປະກັນໄພລາວ ໄດ້ຮ່ວມກິດຈະກຳງານວາງສະແດງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69ປີ (20/07/1955-20/07/2024) ທີ່ກະຊວງການເງິິນ ກົມສ່ວຍສາອາກອນ ແລະ ກິດຈະກໍາພິເສດທີ່ທາງບໍລິສັດອາລິອັນສ໌ເອງໄດ້ຈັດຂຶ້ນເພື່ອຍົກສູງບົດບາດ ແລະ ມູນເຊື້ອແຫ່ງການປະຕິບັດໜ້າທີ່ອັນມີກຽດສະຫງ່າງາມ, ສະແດງໃຫ້ເຫັນຄວາມເປັນແມ່ຍິງລາວ ການຮັກສາຮີດຄອງປະເພນີອັນດີງາມຂອງແມ່ຍິງລາວ ນັ້ນກໍຄືການໃສ່ເສື້ອໃໝ, ສິ້ນໃໝ, ເກົ້າຜົມ-ບ່ຽງແພ. 

ຂໍອວຍພອນມາຍັງແມ່ຍິງລາວຖ້ວນໜ້າ ຈົ່ງມີພະລານາໄມທີ່ສົມບູນ, ມີແຕ່ຄວາມຜາສຸກໃນຊີວິດ ແລະ ຈະເລີນກ້າວໜ້າໃນທຸກດ້ານ.

1
1
1
1
1
1