1

 ອາລິອັນສ໌ ປະກັນໄພລາວ ຈັດງານສະເຫລີມສະຫລອງກຸ່ມຄົນທີ່ມີຄວາມຫຼາກຫຼາຍ ຫລື LGBTQ+

ພາບກິດຈະກຳ Pride Month ງານສະເຫລີມສະຫລອງກຸ່ມຄົນທີ່ມີຄວາມຫຼາກຫຼາຍ  ຫລື LGBTQ+ ທີ່ອາລິອັນສ໌ ປະກັນໄພລາວ ໄດ້ຈັດຂຶ້ນໃນວັນທີ່ 25/06/2024 ທີ່ຜ່ານມານີ້. 🏳️‍🌈✨      

ເຊິ່ງກິດຈະກຳງານໃນປີນີ້ໄດ້ມີການກ່າວເປີດງານໂດຍ ທ່ານ ກີ້ ອາໂປວີ້ ຜູ້ອຳນວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານນາງ ປອ. ແສງອາລຸນ ອິນມີໄຊ ຮອງອໍານວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ, ພ້ອມດ້ວຍພະນັກງານອາລິອັນສ໌ ທີ່ພ້ອມສະແດງໃຫ້ເຫັນເຖິງການສະໜັບສະໜູນ ແລະ ສະແດງຄວາມສະເໝີພາບໃນອົງກອນຂອງພວກເຮົາ.

ປີນີ້ມີຄວາມພິເສດນັ້ນກໍຄືໄດ້ມີການໂຊ Art Gallery ອະທິບາຍຄວາມເປັນມາ, ຕົ້ນກຳເນິດຂອງ Pride ແລະ ໃຫ້ຄວາມຮູ້ເພີ່ມເຕີມກ່ຽວກັບ LGBTQ+, ນອກນັ້ນ ຍັງມີກິດຈະກຳຕອບຄຳຖາມ ແລະ ເກມຊັດປຸ່ມເປົ້າເພື່ອສ້າງຄວາມມ່ວນຊື່ນໃນງານ. 

ພວກເຮົາມາຮ່ວມກັນເພື່ອສະໜັບສະໜູນ cແລະ ຫັນປ່ຽນແນວຄິດການຕໍ່ຕ້ານການຈຳແນກຄວາມຫລາກຫລາຍທາງເພດ ແລະ ສົ່ງເສີມຄວາມສະເໝີພາບທາງເພດຂອງເຂົາເຈົ້າເຫລົ່ານັ້ນນຳກັນ. 💙💚💛🧡💜❤️

1
1
1
1
1
1
1
1