ໃນວັນເສົາທີ 16 ກັນຍາ 2023, ພະນັກງານອາລິອັນສ໌ ປະກັນໄພລາວ ໄດ້ເຂົ້າຮ່ວມງານແລ່ນ Vientiane Glow Run for Disability. ງານດັ່ງກ່າວບໍ່ພຽງແຕ່ແນໃສ່ການສົ່ງເສີມສຸຂະພາບຂອງພະນັກງານເທົ່ານັ້ນ ແຕ່ຍັງສ້າງແຮງບັນດານໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຕໍ່ສັງຄົມຂອງພວກເຮົາອີກດ້ວຍ.

ທີມງານອາລິອັນສ໌ ປະກັນໄພລາວ ຂອງພວກເຮົາໄດ້ສະແດງໃຫ້ເຫັນຄວາມມຸ່ງໝັ້ນທີ່ຈະມີສ່ວນຮ່ວມໃນງານນີ້ ແລະ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງການສະຫນັບສະຫນູນເທົ່ານັ້ນ, ແຕ່ຍັງຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການມີສ່ວນຮ່ວມ ແລະ ໂອກາດເທົ່າທຽມກັນສໍາລັບທຸກຄົນ.

ພວກເຮົາພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການເຂົ້າຮ່ວມງານVientiane Glow Run for Disability ເພາະລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍຈຳນວນໜຶ່ງຈະມອບເຂົ້າກອງທືນຂອງ ສະມາຄົມຄົນພິການແຫ່ງຊາດລາວ ເພື່ອສົ່ງເສີມປະສິດທິພາບດ້ານການຮຽນຮູ້ ແລະ ວຽກເຮັດງານທຳໃຫ້ແກ່ບັນດາຜູ້ພິການໃນ ສ.ປ.ປ ລາວ.

1
3
5
7
2
4
6
8