MOU

ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ

ໃນວັນທີ 03/11/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ

ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ຫວັງນະຄອນ ດິດຕະພົງ, ຜູ້ອຳນວຍການ ໂຮງໝໍເຊດຖາທິຣາດ ແລະ ທ່ານ ປອ. ແສງອາລຸນ ອິນມີໄຊ, ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍສັກຂີພະຍານຈາກທັງສອງຝ່າຍ.

ຈຸດປະສົງໃນການເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍຄັ້ງນີ້ກໍເພື່ອເພີ່ມການບໍລິການໃຫ້ແກ່ລູກຄ້າທີ່ຊື້ປະກັນສຸຂະພາບ ໂດຍສາມາດເຂົ້າປິ່ນປົວໃນໂຮງໝໍ ຫຼື ຄລີນິກ ທີ່ເປັນເຄືອຂ່າຍ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ຫຼາຍກ່ວາ 19 ແຫ່ງໃນ ສປປລາວ ໂດຍບໍ່ຕ້ອງຈ່າຍເງິນກ່ອນ ໃນຂອບເຂດວົງເງິນຄຸ້ມກັນທີ່ລະບຸໄວ້ໃນສັນຍາປະກັນໄພ ແລະ ສາມາດນຳໃຊ້ໄດ້ຢ່າງເປັນທາງການເລີ່ມໃນວັນຈັນ ທີ່ 06/11/2023.

 

#ຜົນປະໂຫຍດຂອງປະກັນສຸຂະພາບ

ປະກັນສຸຂະພາບ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ມີທັງແບບດ່ຽວ ແລະ ແບບກຸ່ມບໍລິສັດ ໃຫ້ການຄຸ້ມກັນ ແລະ ທົດແທນຄ່າໃຊ້ຈ່າຍໃນການປິ່ນປົວເມືອທ່ານເຈັບປ່ວຍຈາກພະຍາດຕ່າງໆ, ໃນກໍລະນີທີ່ທ່ານຕ້ອງໄດ້ນອນໂຮງໝໍ ປະກັນສຸຂະພາບຂອງອາລິອັນສ໌ຈະໃຫ້ການທົດແທນຄືນຄ່າໃຊ້ຈ່າຍປິ່ນປົວໃນເວລາເຈັບປ່ວຍບໍ່ວ່າຈະເປັນ: ຄ່າປະກັນສຸຂະພາບ, ຄ່າຫ້ອງພັກປິ່ນປົວ ແລະ ອາຫານ, ຄ່າຮັກສາ ແລະ ຢາປິ່ນປົວ, ຄ່າຫ້ອງພັກຜູ້ປ່ວຍໜັກ, ຄ່າຜ່າຕັດ, ຄ່າການວາງຢາສະຫລົບ, ຄ່າປິ່ນປົວການບາດເຈັບຈາກອຸປະຕິເຫດ. ນອກນັ້ນ, ຍັງມີການຄຸ້ມຄອງການປິ່ນປົວແບບບໍ່ນອນໂຮງໝໍ ທົດແທນຄືນຄ່າໃຊ້ຈ່າຍແກ່ຜູ້ປ່ວຍນອກ ໃນກໍລະນີທີ່ທ່ານຈຳເປັນຕ້ອງພົບທ່ານໝໍເພື່ອກວດການເຈັບໄຂ້ໂດຍບໍ່ຈຳເປັນຕ້ອງນອນໂຮງໝໍສູງສຸດ 30ຄັ້ງຕໍ່ປີ.

✓ ທ່ານສາມາດເລຼືອກເຂົ້າປິ່ນປົວໄດ້ທຸກໂຮງໝໍທົ່ວໂລກ.

✓ ທ່ານສາມາດເລຼືອກວົງເງິນແລະຂອບເຂດການຄຸ້ມກັນໄດ້ຕາມທີ່ທ່ານຕ້ອງເຖິງ 25 ທາງເລຼືອກ.

✓ ທ່ານສາມາດເຂົ້າປິ່ນປົວໄດ້ທຸກໂຮງໝໍ ຫຼືຄລີນິກເຄຼືອຂ່າຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຫຼາຍກ່ວາ 200 ແຫ່ງ ທັງໃນ ສປປລາວ ແລະ ປະເທດໄທໂດຍບໍ່ຕ້ອງຈ່າຍເງິນກ່ອນ ໃນຂອບເຂດວົງເງິນຄຸ້ມກັນທີ່ລະບຸໄວ້ໃນສັນຍາປະກັນໄພ.

✓ ທົດແທນຄ່າປິ່ນປົວ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ກ່ຽວຂ້ອງກັບການປິ່ນປົວ

MOU
MOU
MOU
MOU
MOU
MOU