ບໍລິສັດ ອາລິອັນສ໌ ປະກັນໄພລາວ ໃຫ້ການສະໜັບສະໜູນແກ່ກອງໂຄສະນາເຜີຍແຜ່ກົດໝາຍຈາລະຈອນທາງບົກ, ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນຂັ້ນນະຄອນຫລວງວຽງຈັນ ໃນງານບຸນພຣະທາດຫຼວງວຽງຈັນ

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນແກ່ກອງໂຄສະນາເຜີຍແຜ່ກົດໝາຍຈາລະຈອນທາງບົກ, ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນຂັ້ນນະຄອນຫລວງວຽງຈັນ ໃນງານບຸນພຣະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນວັນທີ 23-27 ພະຈິກນີ້. ເຊິ່ງອາລິອັນສ໌ ປະກັນໄພລາວ ໄດ້ຮ່ວມສະໜັບສະໜູນນ້ຳດື່ມ 10 ແພັກ ພ້ອມດ້ວຍໝວກ Allianz 50 ໝ່ວຍ ແລະ ເສື້ອໂປໂລ 50 ໂຕ. ເພື່ອໃຊ້ປະກອບສ່ວນໃນການໂຄສະນາເຜີຍແຜ່ວຽກງານຄວາມປອດໄພບົນທ້ອງຖະໜົນ.​

ພວກເຮົາເປັນກຽດທີ່ໄດ້ມີ ພັນຕີ ສາຍສະໝອນ ຈັນທະວົງ ຕາງໜ້າໃຫ້ກອງໂຄສະນາເຜີຍແຜ່ກົດໝາຍຈາລະຈອນທາງບົກ, ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນຂັ້ນນະຄອນຫລວງວຽງຈັນ ແລະ ມອບໂດຍ ທ່ານນາງ ປອ. ແສງອາລຸນ ອິນມີໄຊ, ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ.

ຂໍຂອບໃຈເຈົ້າໜ້າທີ່ຕຳຫຼວດທຸກໆທ່ານ ທີ່ໄດ້ເອົາໃຈໃສ່ຮັກສາເສັ້ນທາງການສັນຈອນຂອງພວກເຮົາໃຫ້ປອດໄພ. ພວກເຮົາຫວັງວ່າທຸກຄົນທີ່ໄປຫລິ້ນງານບຸນນະມັດສະການພຣະທາດຫລວງຈະມີປະສົບການທີ່ປອດໄພ, ມ່ວນຊື່ນ ແລະ ຂັບຂີ່ຢ່າງມີສະຕິ.

 

1