ໃນວັນທີ 15 ກັນຍາ 2023 ທີ່ຜ່ານມານີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ໄດ້ຈັດກອງປະຊຸມ ຜູ້ນຳຕົວແທນ ປະຈຳປີ 2023 ທີ່ເມືອງວັງວຽງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກັບບັນດາຜູ້ນຳຕົວແທນ, ເພື່ອການຜັນຂະຫຍາຍຂອງການດຳເນີນທຸລະກິດ. ນອກນີ້, ພວກເຮົາຍັງໄດ້ມີໂອກາດສະແດງໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນຂອງປີ 2022 ແລະ ວາງຄາດໝາຍສູ້ຊົນໃນປີ 2024 ທີ່ຈະມາເຖິງນີ້.

ຕະຫຼອດກອງປະຊຸມ, ຄະນະບໍລິຫານງານໄດ້ເອົາໃຈໃສ່ຮັບຟັງການສະເໜີຂອງບັນດາຜູ້ນຳຕົວແທນ ເພື່ອໃຫ້ເປັນໄປໃນທິດທາງເປົ້າໝາຍດຽວກັນ ແລະ ເພື່ອນໍາໄປສູ່ຜົນສໍາເລັດໃນປີ 2024 ອີກດ້ວຍ. ໂດຍການວາງທິດທາງນີ້, ພວກເຮົາມີຄວາມໝັ້ນໃຈໃນຄວາມເຂັ້ມແຂງ ແລະ ຄວາມຕັ້ງໃຈຂອງທຸກພາກສ່ວນທີ່ຈະນຳພາກັນໄປສູ່ຄວາມສໍາເລັດຕາມຄາດຫວັງ.

ນອກເໜືອຈາກກອງປະຊຸມແລ້ວ, ຍັງໄດ້ມີກິດຈະກໍາສ້າງຄວາມແນ້ນແຟ້ນ ສາມັກຄີ ຮ່ວມກັນຢ່າງມ່ວນຊື່ນ ແລະ ກິນເຂົ້າແລງຮ່ວມກັນ, ສ້າງໂອກາດໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຜູ້ນໍາຕົວແທນ ແລະ ທີມງານບໍລິຫານ ຂອງອາລິອັນສ໌ ປະກັນໄພລາວ ອີກດ້ວຍ.

ພວກເຮົາຂໍສະແດງຄວາມຂອບໃຈ ມາຍັງຜູ້ເຂົ້າຮ່ວມທັງໝົດສຳລັບການມີສ່ວນຮ່ວມຢ່າງຫ້າວຫັນ ແລະ ການປະກອບສ່ວນອັນລ້ຳຄ່າໃນງານຄັ້ງນີ້ ເພື່ອຍົກລະດັບມາດຕະຖານຄວາມເປັນເລີດໃນຕະຫລາດປະກັນໄພ ແລະ ຫວັງວ່າຈະໄດ້ບັນລຸເປົ້າໝາຍໃໝ່ຮ່ວມກັນ.

1
3
5
7
2
4
6
8