blood donation

ການບໍລິຈາກເລືອດໄຕມາດທີ່ 2 ຂອງທີມງານ

ອາລິອັນສ໌ ປະກັນໄພລາວ

ພວກເຮົາຂໍຂອບໃຈມາຍັງສະມາຊິກແຕ່ລະຄົນທີ່ບໍລິຈາກເລືອດຂອງທ່ານເພື່ອຊ່ວຍເຫລືອເພື່ອນມະນຸດນຳກັນ, ໂດຍການນຳພາຂອງ ທ່ານ ກີ້ ອາໂປວີ້, ຜູ້ອຳນວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ ໃນການບໍລິຈາກເລືອດໄຕມາດທີ່ 2 ຂອງປີນີ້ ເຊິ່ງຈັດຂຶ້ນຕອນເຊົ້າໃນວັນທີ 26 ກັນຍາ 2023.

ນອກນັ້ນ, ພວກເຮົາຂໍສະແດງຄວາມຂອບໃຈເພີ່ມຕື່ມສຳລັບທີມແພດໝໍຈາກ ອົງການກາແດງ ນະຄອນຫຼວງວຽງຈັນ ທີ່ໃຫ້ຄຳແນະນຳຕ່າງໆກ່ຽວກັບການບໍລິຈາກເລືອດເຖິງຜົນດີ ແລະ ເລືອດແຕ່ລະກຸ່ມມີແຕກຕ່າງກັນແນວໃດ.

ການບໍລິຈາກເລືອດຂອງທ່ານບໍ່ພຽງແຕ່ເປັນປະໂຫຍດຕໍ່ຜູ້ຮັບເທົ່ານັ້ນ, ແຕ່ຍັງສາມາດເປັນແຮງບັນດານໃຈໃຫ້ຄົນອື່ນປະຕິບັດຕາມນຳອີກດ້ວຍ, ການຮ່ວມປະກອບສ່ວນຂອງທຸກທ່ານສາມາດຊ່ວຍເຫລືອເພື່ອນມະນຸດດ້ວຍກັນໄດ້.

1
2